ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ຟຣິ​ກາ​ໃຕ້​ ພ້ອມແລ້ວ​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມສຸດຍອດກຸ່ມ​ບຣິກສ


ຜູ້ນຳປະເທດກຸ່ມບຣິກສ

      ສຳນັກ​ຂ່າວ ​ຊິນ​ຮວາ ​ລາຍ​ງານ​ເມື່ອ​ບໍ່​ດົນ​​ມານີ້​ວ່າ: ທ່ານ ນາງ ມາ​ເລ​ດີ​ປານ​ດໍ ລັດຖະມົນຕີ​ການ​ຮ່ວມ​ມື ແລະ ຄວາມ​ສຳພັນ​ລະ ຫວ່າງ​ປະເທດ
ຂອງອາຟຣິກາ​ໃຕ້ ເວົ້າ​ວ່າ​: ອາ​ຟຣິ​ກາ​ໃຕ້​ ກຽມພ້ອມ​ແລ້ວ​ທີ່​ຈະເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ BRICS ໃນ​ວັນ​ທີ 22-24 ສິງຫາ 2023
ນີ້. ກອງ​ປະ​ຊຸມ​ດັ່ງກ່າວ, ​ຈະ​ມີຜູ້ນຳປະເທດກຸ່ມບຣິກສ ທີ່ປະກອບ​ມີ​: ປະເທດ​ ບຣາ​ຊິນ, ຣັດເຊຍ, ອິນ​ເດຍ, ​ສປ ຈີນ ແລະ ອາ​ຟຣິ​ກາ​ໃຕ້.

     ນອກຈາກ​ນີ້​, ຍັງ​ຈະ​ໄດ້​ເຊີນ​ຕາງໜ້າ​ຜູ້ນຳ​ຈາກ 69 ປະເທດ​ຈາກ​ ອາ​ຟຣິ​ກາ​ໃຕ້ ແລະ ບັນດາ​ປະເທດ​ຂົ້ວ​ໂລກ​ໃຕ້​ເຂົ້າ​​ຮ່ວມ. ກອງ​ປະຊຸມ​ຄັ້ງນີ້ມີຫົວ
ຂໍ້​ວ່າ: ກຸ່ມບຣິກສ ແລະ ອາຟຣິກາ ຄູ່ ຮ່ວມມືເພື່ອຊຸກຍູ້ການພັດທະນາ ການເຕີບໂຕແບບຍືນຍົງ ແລະ ການຮ່ວມມືສອງຝ່າຍ "BRICS and Africa
partnerships for mutually Accelerated Growth Sustainable Development and inclusive Muilateralism".

     ນອກຈາກນັ້ນ,​ ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ BRICS ຍັງ​ຈະ​ໄດ້​ປະກາດ​ຮັບ​ເອົາ 5 ປະເທດ ເຂົ້າ​ເປັນ​ສະມາຊິກ​ຢ່າງ​ເປັນ​ທາງ​ການ​ຄື: ອາຣາບີ ຊາ​ອູດິດ​,
ສະຫະລັດອາ​ຣັບ ​ເອ​ມິ​ເຣດ, ເອ​ຢິບ, ອາກ​ຊັງຕິນ ແລະ ອິນ​ໂດ​ເນ​ເຊຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/08/2023